ມີສອງສ່ຽວ ເປັນຄົນບ້ານດຽວກັນທັງສອງຄົນ ຊໍ້າພັດເກີດເປັນພະຍາດຄົນລະຢ່າງ:
ສ່ຽວຫນຶ່ງ :ເປັນຕາແດງ ແລະ ສ່ຽວຜູ້ທີ່ສອງ ພັດເປັນຂີ້ຫິດ, ສ່ຽວທັງສອງ ອົດຕໍ່ສະພາບພະຍາດໂຕເອງຊິບໍ່ໄຫວເພາະ ສ່ຽວຕາແດງກໍ່ທັງເຈັບທັງແສບທັງແມງວັນແມງຫມີ່ຕອມຕາຢູ່ຕະຫລອດ ແລະ ສ່ຽວທີ່ສອງ ກໍ່ຄັນຂີ້ຫິດ ເມື່ອໄດ້ເກົາເທື່ອໃດຄວາມມ່ວນພໍປານຂຶ້ນສະຫວັນພຸ້ນລະມີມື້ນຶ່ງ ສອງສ່ຽວ ເລີຍຊວນກັນເຂົ້າໃນເມືອງເພື່ອໄປຫາຊື້ຢາດີພະຍາດຂອງໃຜມັນພໍສອງສ່ຽວໄປຮອດໃນເມືອງກໍ່ໄດ້ຢາຂອງໃຜມັນຮຽບຮ້ອຍແລ້ວກໍ່ພາກັນມານັ່ງຖ້າລົດກັບບ້ານຢູ່ຄີວລົດໃນໂອກາດທັງສອງນັ່ງຖ້າລົດຢູ່ອ້າຍຕາແດງເຫັນ
ອ້າຍຂີ້ຫິດເກົາຢູ່ບໍ່ເຊົາເລີຍເວົ້າອອກມາວ່າ: ສ່ຽວ…ເຮົາສອງຄົນມາແຂ່ງກັນ ໃຜຊິອົດໄດ້ກ່ອນກັນ ເອົາບໍ? ໂຕກະຫາມເກົາຂີ້ຫິດ ເຮົາກະຫ້າມສີຕາ ແລະ ໄລ່ແມງຫມີ່ ທີ່ມາຕອມຕາໃຜອົດໄດ້ ແມ່ນຜູ້ນັ້ນເປັນ ຜູ້ຊະນະ .ສ່ຽວຂີ້ຫິດກໍ່ຕົກລົງຮັບຄຳທ້າທັງສອງ ກໍ່ອົດທົນ ຕາມທີ່ສັນຍາກັນ, ອີກຕໍ່ມ ບໍ່ດົນ ອ້າຍຂີ້ຫິດຊິອົດບໍ່ໄດ້ ເພາະຄວາມຄັນມັນຮຸນແຮງຂຶ້ນຈິ່ງຊອກຫາວິທີພໍຊິໄດ້ຮຸກສີຕາມທີເຄີຍເຮັດ,ສ່ວນອ້າຍຕາແດງກໍ່ ເຮັດຕາພໍຫິບຮີ່ ພ້ອມແກວ່ງຫົວ ຫລອກໄປ ຫລອກມາ ເພື່ອບໍ່ໃຫ້ແມງຫມີ່ຕອມຫລາຍອ້າຍຂີ້ຫິດຄິດ ອອກວິທີ ກໍ່ເລີຍເວົ້າ ອອກມາວ່າ: ສ່ຽວເອີຍ! ເຮົາໄປຊື້ຢາມື້ກີ້ນີ້ ເຮົາເຫັນເຂົາເອົາຫນັງເສືອມາຂາຍ ປັດໂທ ລາຍມັນງາມຫລາຍ ວ່າແລ້ວພ້ອມເອົາມືມາລູບໃສ່ຄີງຕົນທີ່ມັນລາຍຄືເສືອຫັ້ນລະ ຈຶ່ງຄ່ອຍຫາຍຄັນລົງແດ່ອ້າຍສ່ຽວຕາແດງເມື່ອເຫັນແນວນັ້ນ ກໍ່ຫົວຂື້ນຢ່າງແຮງ 555 ສ່ຽວ! ໂຕເວົ້້າມານະ ເຮົາບໍ່ເຊື່ອດ໋ອກ ວ່າລະທັງໃຊ້ມືແກວ່ງວັບໆ ເພື່ອໄລ່ແມງຫມີ່ບໍ່ໃຫ້ມາຕອມ ສຸດທ້າຍກໍບໍ່ມີໃຜຊະນະ ຈຶ່ງສະເຫມີກັນທັງສອງຝ່າຍ.