10 ວິທີປະຕິບັດຫລັງຕື່ນນອນທີ່ເຮັດໃຫ້ອາລົມດີໝົດມື້
1. ຫາສຽງໂມງປຸກທີ່ເປັນສຽງທຳມະຊາດ ໃນສະໄໝບູຮານບໍ່ມີໂມງປຸກ ແຕ່ເມື່ອໄດ້ຍິນສຽງໄກ່ຂັນຫລືນົກຮ້ອງຈະຮູ້ວ່າເຖິງເວລາຕື່ນ ນອນແລ້ວ ຄົນດ໋ຽວນີ້ຢ້ານວ່າຕົວເອງບໍ່ຕື່ນ ຈຶ່ງຕັ້ງສຽງໂມງປຸກເປັນເພງຮິບຮອບ, ເມື່ອຕື່ນຈາກສຽງລົບກວນຫູແບບນີ້ມັກຈະເຮັດໃຫ້ຮູ້ສຶກບໍ່ດີ, ນັກຈິດວິທະຍາເມືອງຊູໂຈວຂອງຈີນລະບຸວ່າ ເພງທີ່ດີຈະຜ່ອນຄາຍອາລົມໄດ້ ຢ່າງແມ່ນ: ສຽງນ້ຳໄຫລ ສຽງນົກຮ້ອງ ຊຶ່ງຕ່າງກໍສາມາດຜ່ອນຄາຍອາລົມທີ່ຕຶງຄຽດໄດ້ ສະນັ້ນ ການຕັ້ງໂມງປູກເປັນສຽງທຳມະຊາດຈະເຮັດໃຫ້ຕື່ນນອນຢ່າງຜ່ອນ ຄາຍແລະຮູ້ສຶກສະບາຍສົດຊື່ນ.
2. ຕື່ນແລ້ວນວດໜ້າກ່ອນ ບໍ່ຄວນຮີບລຸກຂຶ້ນເມື່ອຕື່ນແລ້ວ ຄວນນວດໜ້າກ່ອນ ສາດສະດາຈານຈາກໂຮງໝໍຊີຫຍວນ, ຊຶ່ງເປັນໂຮງໝໍແພດຢ່າພື້ນເມືອງຂອງຈີນທີ່ມີຊື່ສຽງແນະນຳວ່າ ການນວດໜ້າສາມາດເພີ່ມການໝຸນວຽນຂອງເລືອດເຮັດໃຫ້ອາລົມດີ.
3. ຂັບຖ່າຍໃຫ້ຖືກຕາມເວລາ ແພດຈາກໂຮງໝໍໄຕ້ຫວັນຂອງຈີນລະບຸວ່າ ການຂັບຖ່າຍໃຫ້ເປັນປົກກະຕິເປັນຄວາມເຄີຍຊິນທີ່ດີຕໍ່ຮ່າງກາຍ ຫລັງຕື່ນນອນຫລືຫລັງອາຫານເຊົ້າຈະເປັນເວລາທີ່ດີທີ່ສຸດສຳລັບ ຮ່າງກາຍ ຝຶກເຂົ້າຫ້ອງນ້ຳເປັນປະຈຳໃນເວລານີ້ ຈະເຮັດໃຫ້ຮ່າງກາຍມີຄວາມເຄີຍຊິນກັບການຂັບຖ່າຍ ຄ່ອຍ ໆ ກາຍເປັນຄວາມເຄີຍຊິນທີ່ຖາວອນ
4. ແຍ່ງແວນ ທຸກເຊົ້າຄວນໃຊ້ເວລາປະມານ 10 ນາທີແຍງແວ່ນ ນັກຈິດວິທະຍາຊາວອາເມລິກັນກ່າວວ່າ ການແຍ່ງແວນຈະເຮັດໃຫ້ເກີດຄວາມຫມັ້ນໃຈແລະມີອາລົມດີ ການແຍ່ງແວນຄວນຍືນຊື່ຢູ່ໜ້າແວນ ຍິ້ມໃຫ້ຕົວເອງ ແລ້ວຫາຍໃຈເຂົ້າເລິກໆ 3-4 ເທື່ອ ຄິດເຖິງເລື່ອງທີ່ດີ ໆ ຈະເຮັດໃຫ້ໝັ່ນໃຈຂຶ້ນ.
5. ດື່ມນ້ຳ 1 ຈອກ ການດື່ມນ້ຳຈອກທຳອິດໃນຕອນເຊົ້າ ສາມາດປ້ອງກັນການເຈັບທ້ອງໄດ້ ເຮັດໃຫ້ສະຫມອງປອດໂປ່ງ ມີບົດບາດຕໍ່ການປິ່ນປົວສຸຂະພາບ ເວັບໄຊຕ໌ ວິກິພີເດຍລະບຸວ່າ ນ້ຳຊະນິດຕ່າງໆ ມີປະສິດທິຜົນຕ່າງກັນ ນ້ຳທໍາມະດາສາມາດເຮັດໃຫ້ເລືອດຈາງ ສົ່ງເສີມການໝຸນວຽນເລືອດ ແລະສົ່ງເສີມໃຫ້ປອດໂປ່ງໂດຍໄວ ນ້ຳເຜີ້ງເໝາະກັບແມ່ຍິງໄວກາງຄົນ ສາມາດປ້ອງກັນກະດູກຜ່ອຍ ປັບສະພາວະອ່ອນເພຍ ນ້ຳເກືອຈະດີຕໍ່ຄົນທ້ອງອຶດ.
6. ອາຫານເຊົ້າຕ້ອງມີໂພຊະນາການພຽງພໍ ສາດສະດາຈານຄະນະໂພຊະນາການມະຫາວິທະຍາໄລຈົ່ງຊານກ່າວວ່າ ອາຫານເຊົ້າທີ່ມີໂພຊະນາການພຽງພໍຕ້ອງລວມອາຫານທັງ 4 ປະເພດ ຄື ປະເພດທັນຍະພືດ ເຊັ່ນ ເຈົ້າຈີ່ ເຂົ້າໂພດ ປະເພດຊີ້ໄກ່ ປະເພດນົມ ປະເພດຜັກແລະຫມາກໄມ້ ຫາກຮັບປະທານອາຫານເຫລົ່ານີ້ໄດ້ທຸກເຊົ້າ ຈະມີໂພຊະນາການພຽງພໍ ນອກຈາກນີ້ ຄວນນັ່ງກິນອາຫານເຊົ້າທຸກມື້ໂດຍໃຊ້ເວລາ 15-20 ນາທີ ບໍ່ຄວນຍ່າງໄປກິນໄປ.
7. ອ່ານຫນັງສືພິມຫລືເບິ່ງໂທລະພາບ ໃນເວລາຫວ່າງຫລັງອາຫານເຊົ້າຫລືດື່ມນ້ຳ ຄວນອ່ານຫນັງສືພິມຫລືເບິ່ງໂທລະພາບ ໄດ້ຮັບຂ່າວລ່າສຸດ ໄດ້ອ່ານເນື້ອຫາທີ່ຕົວເອງມັກຊຶ່ງຈະເຮັດໃຫ້ອາລົມດີ.
8. ຕື່ນນອນໃຫ້ເຊົ້າໜ້ອຍເພື່ອເຮັດວຽກເຮືອນ ການເຮັດວຽກງານເຮືອນຕັ້ງແຕ່ເຊົ້າອາດຈະຟັງແລ້ວຮູ້ສຶກແປກ ແຕ່ນັກວິໄຈຂອງມະຫາວິທະຍາໄລລອນດອນອະທິບາຍວ່າ ຜົນວິໄຈສະແດງໃຫ້ເຫັນວ່າ ຜູ້ທີ່ຕື່ນຕອນ 7 ໂມງເຊົ້າ ແລ້ວອອກກຳລັງກາຍແລະເຮັດວຽກເຮືອນ ຈະມີຜົນການເຮັດວຽກງານດີເມື່ອທຽບກັບຜູ້ທີ່ຕື່ນສວາຍ ຄົົນທີ່ຕື່ນນອນເຊົ້າກວ່າ ຈະມີສຸກຂະພາບແຂງແຮງກວ່າແລະມີຄວາມສຸກຫລາຍກວ່າ.
9. ລະຫວ່າງທາງໄປເຮັດວຽກຄວນເບິ່ງດອກໄມ້ຕົ້ນໄມ້ໃບຫຍ້າສີຂຽວ ຜົນງານວິໄຈທາງວິທະຍາສາດທີ່ຕີພິມໃນ “ນິຕິສານກ່ຽວກັບຈິດວິທະຍາສິ່ງແວດລ້ອມ” ຂອງສະຫະລັດ ລະບຸວ່າ ທິວທັດທຳມະຊາດສາມາດຊ່ວຍຄາຍອາລົມ, ແຕ່ຖ້າເປັນພາບຫລືງານສິລະປະກຳ ກໍຈະບໍ່ມີບົດບາດໃນການຜ່ອນຄາຍອາລົມປານໃດ, ສາດສະດາຈານດ້ານຈິດວິ ທະຍາມະຫາວິທະຍາໄລວໍຊິງຕັນແນະນຳວ່າ ເມື່ອອອກຈາກເຮືອນຕອນເຊົ້າ ບໍ່ຄວນເບິ່ງຂ້າມຕົ້ນໄມ້ໃບຫຍ້າແຄມທາງ, ທຳມະຊາດເຫລົ່ານີ້ຈະເຮັດໃຫ້ເຮົາອາລົມດີ
10. ເມື່ອເຖິງບ່ອນເຮັດວຽກໃນຕອນເຊົ້າ ຄວນໃຊ້ເວລາເວົ້າລົມທັກທາຍກັບເພື່ອນຮ່ວມງານ, ການລົມກັບໝູ່ເພື່ອນ ຈະມີສ່ວນຊ່ວຍໃຫ້ເຮົາໄດ້ຜ່ອນຄາຍຄວາມຄຽດທີ່ຈະຕ້ອງຜະເຊີນຈາກ ການເຮັດວຽກງານ ( ສັນຫາມາຝາກ ) ຈາກເວບພັນລາວ